ສັນຍາຍ່ອຍ ກ່ຽວກັບການໃຫ້ທຶນຊ່ວຍເຫຼືອລ້າ ໄດ້ລົງລາຍເຊັນໃນວັນທີ 08/05/2018 ຊື່ງກໍານົດບັນດາເງື່ອນໄຂຂອງ ໂຄງການ VEFF ແລະ ປະກອບມີ  2 ອົງປະກອບດັ່ງລຸ່ມນີ້:

ອົງປະກອບທີ 1 - ມາດຕະການດ້ານການລົງທຶນ: ໂຄງການ ສະໜັບສະໜູນການເງິນ ອາຊີວະສຶກສາ (VEFF) ຕ້ອງສົ່ງເສີມການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ (ອສຄ) ຢູ່ ສປປ ລາວ ໂດຍໃຫ້ການສະໜັບສະໜູນການຮ່ວມງານ ລະຫວ່າງສະຖານອາຊີວະສຶກສາ ແລະ ສະຖານປະກອບການ. ຈຸດສຸມແມ່ນເພື່ອສະໜັບສະໜູນ ການສ້າງ ແລະ ຈັດຕັ້ງປະຕິບັດແຜນງານ ອສຄ ທີ່ທາງຄູ່ຮ່ວມງານຝ່າຍສະຖານອາຊີວະສຶກສາ ແລະ ຝ່າຍສະຖານປະກອບການ ຮ່ວມກັນນຳສະເໜີ.  

ໂຄງການ VEFF ນໍາໃຊ້ຮູບແບບການຂໍທຶນສະໜັບສະໜັບສະໜູນ ຊື່ງເປັນເຄື່ອງມືການຈັດສັນທຶນບົນພື້ນຖານການແຂ່ງຂັນ. ການສະໜອງທຶນ ໂຄງການ VEFF ຈະປະກອບດ້ວຍ ການສະໜັບສະໜູນໃຫ້ຄໍາປຶກສາດ້ານວິຊາການ ສໍາລັບການອອກແບບ ແລະ ຈັດຕັ້ງປະຕິບັດແຜນງານ ອສຄ ນອກນີ້ຍັງມີ  ການສະໜັບສະໜູນທາງດ້ານການເງີນ ເບີກຈ່າຍໂດຍກົງໃຫ້ແກ່ ສະຖານອາຊີວະສຶກສາ ແລະ ໃຫ້ຄູ່ຮ່ວມງານຝ່າຍສະຖານປະກອບການ ສໍາລັບລາຍຈ່າຍເພີ່ມເຕີມຈາກການ ຈັດຕັ້ງປະຕິບັດແຜນງານ ອສຄ ເພື່ອໃຫ້ໄດ້ຕາມມາດຕະຖານ.

ອົງປະກອບທີ 2- ມາດຕະການຄຽງຄູ່ກັບການສະໜັບສະໜູນ (AM) ອອກແບບ ເພື່ອສະໜັບສະໜູນການພັດທະນາຂອບການເງີນອາຊີວະສຶກສາ ແບບຍືນຍົງ ຢູ່ ສປປ ລາວ. ອົງປະກອບທີ 2 ນີ້ ແມ່ນຂື້ນກັບການສືບຕໍ່ຄົນຄ້ວາ ລະຫວ່າງ ສສກ ແລະ KfW ເພື່ອໄດ້ຂໍ້ສະຫຼຸບ, ຕົກລົງຕໍ່ກັບ ບັນດາມາດຕະການສະໜັບສະໜູນ  ເຮັດໃຫ້ໂຄງການ VEFF ສາມາດດໍາເນີນການພັດທະນາ ກອບການເງີນອາຊີວະສຶກສາແບບຍືນຍົງໄດ້. 

ຈຸດປະສົງຂອງ ໂຄງການ ສະໜັບສະໜູນການເງິນ ອາຊີວະສຶກສາ (VEFF) ແມ່ນແນໃສ່ການປັບປຸງຄຸນນະພາບຂອງອາຊີວະສຶກສາ (TVET)  ແລະ ການພັດທະນາສືມືແຮງງານ ໃຫ້ສອດຄ່ອງກັບຕະຫຼາດແຮງງານ ດ້ວຍການປັບປຸງ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ (ອສຄ) ພ້ອມທັງສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນຄວາມພະຍາຍາມ ພັດທະນາໂຄງສ້າງການເງີນອາຊີວະສຶກສາທີ່ມີຄວາມຍືນຍົງ ແລະ ນຳສະເໜີເອົາເຂົ້າໃນວາລະຂອງການປະຕິຮູບການສຶກສາ.

ໂຄງການ VEFF ສະໜັບສະໜູນການຍື່ນບົດສະເໜີແຜນງານຮ່ວມກັນ ຂອງສະຖານອາຊີວະສຶກສາ ແລະ ສະຖານປະກອບການ ສຳລັບ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ໃນຮູບແບບການຮ່ວມມີທັງສອງຝ່າຍ.

ໂຄງການ VEFF ແມ່ນ ໂຄງການທີ່ໄດ້ຮັບ ການຊ່ວຍເຫຼືອລ້າ ຈາກລັດຖະບານ ເຢຍລະມັນ, ໂດຍຜ່ານທາງ ທະນາຄານພັດທະນາເຢຍລະມັນ (KfW) ແລະ ຈັດຕັ້ງປະຕິບັດໂດຍ ກະຊວງສຶກສາທິການ ແລະ ກິລາ.

ກົມອາຊີວະສຶກສາ ຕາງໜ້າໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ເປັນຄູ່ຮ່ວມມືກັບທະນາຄານພັດທະນາເຢຍລະມັນ KfW ເພື່ອຈັດຕັ້ງປະຕິບັດໂຄງການນີ້.

ໂຄງການນີ້ ໄດ້ຮັບການສະໜັບສະໜູນ ທາງດ້ານວິຊາການຈາກ ກຸ່ມບໍລິສັດທີ່ປຶກສາ ນຳໜ້າໂດຍ ບໍລິສັດ PLANCO (ເຢຍລະມັນ) ນອກນີ້ ຍັງປະກອບມີບໍລິສັດ IPC (ເຢຍລະມັນ) ແລະ ບໍລິສັດ LGDC (ລາວ).