ງົບປະມານບໍລິຫານໃຫ້ແກ່ຜູ້ປະສານງານ ແລະ ໜ່ວຍງານ ອສຄ

ງົບປະມານນີ້ຈະລວມມີຄ່າໃຊ້ຈ່າຍຂອງຜູ້ປະສານງານ ຫຼື ໜ່ວຍງານ ອສຄ ຂອງສະຖານອາຊີວະສຶກສາ ເພື່ອນຳໃຊ້ເຂົ້າໃນຂະບວນການວາງແຜນ ແລະ ດຳເນີນການພັດທະນາ ອສຄ ແລະ ເຮັດໜ້າທີ່ເປັນຈຸດປະສານງານ ກັບສະຖານປະກອບການທີ່ ເປັນຄູ່ຮ່ວມງານກັນແທ້ ພ້ອມທັງຖືກຕາມເງື່ອນໄຂ.  ການໃຊ້ຈ່າຍນີ້ ອາດລວມເຖີງ ຜູ້ປະສານງານ ອສຄ, ອໍານວຍການສະຖານອາຊີວະສຶກສາ, ພະນັກງານໃນຫ້ອງການການເງີນ ຫຼື ໜ່ວຍງານອສຄ ຕາມທີ່ຮັບຮອງໃນບົດສະເໜີແຜນງານ.

ຄ່າໃຊ້ຈ່າຍສໍາລັບຄູອາຊີວະສຶກສາ ທີ່ຝຶກປະຕິບັດຢູ່ບ່ອນເຮັດວຽກ

ງົບປະມານນີ້ ຕ້ອງໃຊ້ຈ່າຍສຳລັບຄູອາຊີວະສຶກສາ ເພື່ອປັບປຸງການຝຶກປະຕິບັດຕົວຈິງ, ໂດຍສະເພາະທັກສະທີ່ນຳໃຊ້ໃນບ່ອນເຮັດວຽກຕົວຈິງ ເພື່ອ ຊ່ວຍໃຫ້ຄູສອນລື້ງເຄີຍກັບຂະບວນການເຮັດວຽກ ໂດຍສະເພາະການໃຊ້ເຄື່ອງຈັກ. ການຝຶກອົບຮົມດັ່ງກ່າວ ອາດຈັດ ຢູ່ໜຶ່ງໃນສະຖານປະກອບການທີ່ເປັນຄູ່ຮ່ວມງານ ຫຼື ຢູ່ສະຖານປະກອບການທີ່ນຳໜ້າໃນຂະແໜງນັ້ນ.

ການເລືອກສະໜອງເຄື່ອງຈັກຕາມຄວາມຕ້ອງການຂອງບ່ອນເຮັດວຽກໃນສະຖານປະກອບການທີ່ເປັນຄູ່ຮ່ວມງານ.  ທຶນສະໜັບສະໜູນທີ່ອາດສະໜອງໃຫ້ສຳລັບປະເພດເຄື່ອງຈັກມີດັ່ງລຸ່ມນີ້:

  • ສ້ອມແປງເຄື່ອງຈັກຮັບໃຊ້ການຝຶກປະຕິບັດຕົວຈິງທີ່ມີຢູ່ແລ້ວ;
  • ການຈັດຊື້ເຄື່ອງຈັກ ແລະ ເຄື່ອງມື ເພື່ອຮັບປະກັນມາດຕະຖານຂັ້ນຕໍ່າສຸດຂອງອສຄ
  • ການຈັດຊື້ເຄື່ອງຈັກຮັບໃຊ້ວິຊາສະເພາະ ລວມທັງ ການຝຶກອົບຮົມນຳໃຊ້ເຄື່ອງຈັກໂດຍຜູ້ຈຳໜ່າຍ, ກໍລະນີນີ້ຕ້ອງສະເໜີໃນບົດສະເໜີແຜນງານເຖີງຄວາມຈຳເປັນ ແລະ ເຫດຜົນໃນຄວາມຕ້ອງການຂອງບ່ອນເຮັດວຽກໃນສະຖານປະກອບການ.

ຄ່າໃຊ້ຈ່າຍສຳລັບອຸປະກອນ ແລະ ວັດສະດຸ ຮັບໃຊ້ເຂົ້າໃນການຮຽນພາກທິດສະດີ ແລະ ຝຶກປະຕິບັດ

ຄ່າໃຊ້ຈ່າຍສໍາລັບວັດສະດຸຈໍາເປັນສໍາລັບການຝຶກແອບປະຕິບັດຂັ້ນພື້ນຖານຢູ່ສະຖານອາຊີວະສຶກສາຕາມທີ່ສະເໜີໃນແຜນງານ ອສຄ.

ຄ່າໃຊ້ຈ່າຍ ການຝຶກອົບຮົມ ຄວາມປອດໄພ ແລະ ສຸຂະພາບແຮງງານ, ການນຳໃຊ້ ແລະ ການສະໜອງອຸປະກອນປ້ອງກັນສ່ວນບຸກຄົນ

ຄ່າໃຊ້ຈ່າຍໃຫ້ແກ່ນັກຮຽນອາຊີວະສຶກສາ ປະກອບມີ ອຸປະກອນກ່ຽວກັບຄວາມປອດໄພ, ອຸປະກອນປ້ອງກັນສ່ວນບຸກຄົນ ແລະ ການຈ່າຍໂດຍກົງ ເພື່ອຈັດຕັ້ງປະຕິບັດຕາມຂໍ້ກໍານົດຕາມມາດຕະຖານ ຄວາມປອດໄພ ແລະ ສຸຂະພາບແຮງງານ ທັງຢູ່ໃນ ສະຖານອາຊີວະສຶກສາ ແລະ ສະຖານປະກອບການຂອງຄູ່ຮ່ວມງານຝ່າຍທີ່ສະເໜີໃນບົດສະເໜີແຜນງານ.