ເງື່ອນໄຂການຈັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່

ນອກຈາກການຮຽນ-ການສອນ ທີ່ກວມລວມທັງສອງສະຖານທີ່ແລ້ວ ການດຳເນີນການຂອງ ອາຊີວະສຶກສາແບບຄວບຄູ່ ຍັງຮຽກຮ້ອງສິ່ງເຫຼົ່ານີ້: 

  1. ບົດບັນທຶກຊ່ວຍຈໍາ ລະຫວ່າງສະຖານອາຊີວະສຶກສາ ແລະ ສະຖານປະກອບການ;
  2. ມາດຕະຖານອາຊີບ, ຫຼັກສູດ ແລະ ສື່ການຮຽນ-ການສອນເຊິ່ງພັດທະນາຮ່ວມກັນກັບຜູ້ຕາງໜ້າພາກທຸລະກິດ,
  3. ການຝຶກອົບຮົມໃຫ້ແກ່ຄູສອນ, ຄູຝຶກແລະ ຜູ້ປະສານງານ ຂອງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການ;
  4. ການຄັດເລືອກນັກຮຽນອາຊີວະສຶກສາ ຮ່ວມກັນ;
  5. ເຊັນສັນຍາການຝຶກປະຕິບັດລະຫວ່າງນັກຮຽນອາຊີວະສຶກສາ ແລະ ສະຖານປະກອບການ;
  6. ຮ່ວມກັນຈັດຝຶກອົບຮົມ, ສອບເສັງ ແລະ ທົດສອບ, ໃຫ້ການຢັ້ງຢືນ ແລະ ອອກປະກາສະນີຍະບັດ.

ແຜນງານ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່  ໄລຍະເວລາຢ່າງ ໜ້ອຍ 2 ປີແລະໃນລະດັບ C3 ຫຼືສູງກວ່າ. 

ກົດໝາຍວ່າດ້ວຍອາຊີວະສຶກສາ ໄດ້ກໍານົດໃນມາດຕາ 12 ຄື:

“ການຮຽນແບບຄວບຄູ່ ແມ່ນການຮຽນຢູ່ໃນສະຖານທີ່ຮຽນ ສອງບ່ອນຄື: ຢູ່ໃນໂຮງຮຽນໃຫ້ຮຽນພາກທິດສະດີ ແລະ ຝຶກແອບການປະຕິບັດຂັ້ນພື້ນຖານ; ຢູ່ໃນຫົວໜ່ວຍແຮງງານໃຫ້ຝຶກແອບການປະຕິບັດຕົວຈິງເປັນຫຼັກ.”

ສິ່ງດັ່ງກ່າວແມ່ນໄດ້ລະບຸຕື່ມໃນຂໍ້ຕົກລົງ ກົດໝາຍວ່າດ້ວຍອາຊີວະສຶກສາ ຂອງລັດຖະມົນຕີ ລົງວັນທີ 23.12.2013, ຄໍາສັ່ງລັດຖະມົນຕີວ່າດ້ວຍ ອສຄ ເລກທີ່ 8819 ລົງວັນທີ 08.12.2016 ແລະ ຂອບແນວຄວາມຄິດ ແລະ ການຈັດຕັ້ງປະຕິບັດ ອາຊີວະສຶກສາແບບຄວບຄູ່.