ສະຖານປະກອບການທີ່ມີເງື່ອນໄຂ:

ສະຖານປະກອບການຂອງລັດ ແລະ ເອກະຊົນ ຮ່ວມມືກັບ ສະຖານອາຊີວະສຶກສາ ເພື່ອຈັດຕັ້ງປະຕິບັດ ອສຄ ແມ່ນມີສິດໄດ້ຮັບການສະໜັບສະໜູນຂອງ ໂຄງການ VEFF. ບັນດາສະຖານປະກອບການທີ່ລະບຸຢູ່ບົດສະເໜີແຜນງານ ຕ້ອງຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ມີໜ້າທີ່ຮັບຜິດຊອບໂດຍກົງໃນການກະກຽມ ແລະ ຈັດຕັ້ງແຜນງານດັ່ງກ່າວ.

ທຸລະກິດຂະໜາດນ້ອຍ ແລະ ກາງ (SME) ທີ່ຖືກຕາມເກນມາດຕະການສະໜັບສະໜູນຂອງໂຄງການ VEFF ແມ່ນມີສິດໄດ້ຮັບການສະໜັບສະໜູນ. ທຸລະກິດຂະໜາດໃຫຍ່ ທີ່ຖືກຕາມເກນມາດຕະການສະໜັບສະໜູນ ກໍຈະໄດ້ຮັບການພິຈາລະນາ ສະໜອງການຝຶກອົບຮົມທາງດ້ານວິຊາສະເພາະ ທີ່ເປັນບັນຫາທ້າທາຍໃນຂະແໜງເສດຖະກິດ. ການສະໜັບສະໜູນດັ່ງກ່າວ ຕ້ອງໄດ້ລະບຸໃນຄໍາຮ້ອງຂໍທຶນ ພ້ອມດ້ວຍການຊີ້ແຈງ ແລະ ຕ້ອງຜ່ານການກວດກາຈາກຄະນະປະເມີນຜົນ[1].  ຄໍານິຍາມລຸ່ມນີ້ ໄດ້ນໍາໃຊ້ເພື່ອຈໍາແນກຄື:

  • ທຸລະກິດຂະໜາດນ້ອຍ ມີພະນັກງານ 250 ຄົນ ລົງມາ
  • ທຸລະກິດໃຫຍ່ (ພະນັກງານ > 250 ຄົນ).