ການສະໜອງໃຫ້ຄໍາປຶກສາດ້ານວິຊາການ ອສຄ:

ຄຸນລັກສະນະສຳຄັນຂອງການອອກແບບ ໂຄງການ VEFF ແມ່ນ ໃຫ້ສາມາດສະໜອງການຊ່ວຍເຫຼືອດ້ານວິຊາສະເພາະ ເຊິ່ງລວມມີ ການຊ່ວຍຂຽນບົດສະເໜີແຜນງານ ແລະ ການຝຶກອົບຮົມໃຫ້ແກ່ຄູ່ຮ່ວມງານ ອສຄ. ຊ່ຽວຊານພາຍໃນ ຈະເປັນຜູ້ຈັດການຝືກອົບຮົມ /ໃຫ້ຄຳປຶກສາກ່ຽວກັບ ອສຄ. ຫ້ອງການບໍລິຫານ ໂຄງການ VEFF ຊື່ງຕ່າງໜ້າທີ່ປຶກສາສາກົນ ແມ່ນຮັບຜິດຊອບການຈັດຊື້-ຈັດຈ້າງທີ່ປຶກສາພາຍໃນ ແລະ ຕ່າງໜ້າໃຫ້ແກ່ໂຄງການ ເປັນຜູ້ເຊັນສັນຍາ.

ປະເພດການສະໜອງໃຫ້ຄຳປຶກສາທີ່ຖືກຕ້ອງຕາມເງື່ອນໄຂ ມີດັ່ງລຸ່ມນີ້:

ກ.) ການສະໜອງໃຫ້ຄໍາປຶກສາ ພາຍຫຼັງບົດສະເໜີແນວຄວາມຄິດຖືກຮັບຮອງ:

  • ໃຫ້ການຊ່ວຍເຫຼືອສະຖານອາຊີວະສຶກສາ ແລະ ສະຖານປະກອບການ ຂຽນບົດສະເໜີແຜນງານ ອສຄ.
  • ສະໜອງການໃຫ້ຄໍາປຶກສາ ຕໍ່ທິດທາງການສ້າງແນວຄວາມຄິດກ່ຽວກັບ ອສຄ.
  • ແນະນຳ ໂຄງການ VEFF ກ່ຽວກັບຄວາມເໝາະສົມຂອງສະຖານອາຊີວະສຶກສາທີ່ຂໍການສະໜັບສະໜູນ ໂດຍສະເພາະ ທາງດ້ານປະເພດ, ມູນຄ່າ ຂອງ ເຄື່ອງຈັກ ແລະ ວັດສະດຸ  ທີ່ສະຖານອາຊີວະສຶກສາຂື້ນແຜນຈັດຊື້ ໂດຍອ້າງອີງໃສ່ເນື້ອໃນຂອງຫຼັກສູດສາຂາວິຊາທີ່ກ່ຽວຂ້ອງ.
  • ສຶກສາສະພາບ ແລະ ເງື່ອນໄຂ ກ່ຽວກັບ ຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ບ່ອນເຮັດວຽກ ໃນສະຖານປະກອບການ.
  • ການແປພາສາ