ບໍ່ຖືກຕາມເງື່ອນໄຂ

KfW ໄດ້ປະຕິບັດຕາມແນວທາງຂອງ IFC ສຳລັບຂໍ້ຍົກເວັ້ນປະເພດໂຄງການທີ່ ບໍ່ສາມາດ ສະໜອງທຶນໃຫ້ໄດ້ ດັ່ງຕໍ່ໄປນີ້:

  • ການຜະລິດ ຫຼື ການຄ້າຂາຍຜະລິດຕະພັນ ຫຼື ກິດຈະກຳທີ່ຖືວ່າຜິດກົດໝາຍ ພາຍໄຕ້ກົດໝາຍ ຫຼື ກົດລະບຽບ ຂອງປະເທດບ ຫຼື ສົນທິສັນຍາ ແລະ ສັນຍາລະຫວ່າງປະເທດ. ຫຼືຂຶ້ນກັບການເກືອດຫ້າມຈາກສາກົນ, ເຊັ່ນ: ຢາ, ຢາຂ້າແມງໄມ້ / ຢາຂ້າຫຍ້າ, ສານທຳລາຍທາດໂອໂຊນ, ສານ PCB, ສັດປ່າຫລືຜະລິດຕະພັນທີ່ຖືກ ກຳ ນົດພາຍໃຕ້ CITES.
  • ການຜະລິດ ຫຼື ການຄ້າຂາຍອາວຸດ ແລະ ຍຸດໂທປະກອນ.
  • ການຜະລິດ ຫຼື ຄ້າຂາຍເຄື່ອງດື່ມທີ່ມີທາດເຫຼົ້າ (ຍົກເວັ້ນເບຍ ແລະ ເຫຼົ້າແວງ).
  • ການຜະລິດ ຫຼື ຄ້າຂາຍຢາສູບ.
  • ການພະນັນ, ຄາຊີໂນ ແລະ ສະຖານປະກອບການທີ່ທຽບເທົ່າ.
  • ການຜະລິດ ຫລືການຄ້າຂາຍ ກຳມັນຕະພາບລັງສີ. ສິ່ງນີ້ບໍ່ໄດ້ ນຳໃຊ້ກັບການຊື້ອຸປະກອນການແພດ, ອຸປະກອນຄວບຄຸມຄຸນນະພາບ (ວັດແທກ) ແລະອຸປະກອນໃດທີ່ IFC ຖືວ່າແຫຼ່ງ ກຳມັນຕະພາບລັງສີນີ້ ມີຄວາມສຳຄັນແລະ / ຫລືມີການປ້ອງກັນຢ່າງພຽງພໍ.
  • ການຜະລິດ ຫລືການຄ້າຂາຍໃນເສັ້ນໃຍ  asbestos ແຮ່ຊີລີເກດ . ສິ່ງນີ້ບໍ່ໄດ້ໃຊ້ກັບການຊື້ ແລະການນຳໃຊ້ແຜ່ນຊີມັງເສັ້ນໃຍ ທີ່ຜະລິດຈາກແຮ່ asbestos ທີ່ໜ້ອຍກວ່າ 20%.
  • ການຫວ່ານແຫໃນແມ່ນ້ຳ ດ້ວຍການໃຊ້ແຫເປັນໄລຍະທາງທີ່ມີຄວາມຍາວເກີນ 2.5 ກີໂລແມັດ.

ບຸກຄົນທັງໝົດ ທີ່ເປັນຄົນກາງໃນການອຳນວຍຄວາມສະດວກດ້ານການເງິນ  (FIs), ຍົກເວັ້ນຜູ້ທີ່ເຂົ້າຮ່ວມໃນກິດຈະກຳທີ່ລະບຸໄວ້ຂ້າງລຸ່ມນີ້*, ຕ້ອງປະຕິບັດຕາມຂໍ້ຍົກເວັ້ນຕໍ່ໄປນີ້, ເພີ່ມເຕີມຈາກລາຍການຂໍ້ຍົກເວັ້ນຂອງອົງການ IFC:

  • ການຜະລິດ ຫຼື ກິດຈະກຳທີ່ກ່ຽວຂ້ອງກັບການໃຊ້ແຮງງານແບບບັງຄັບທີ່ເປັນອັນຕະລາຍ ຫຼື ເປັນການຂູດຮີດຂົ່ມເຫງແຮງງານ2/ການໃຊ້ແຮງງານເດັກທີ່ເປັນອັນຕະລາຍ.
  • ການດຳເນີນການຕັດໄມ້ໃນເຂດປ່າເຂດຮ້ອນຊຸ່ມ ເພື່ອການຄ້າ.
  • ການຜະລິດ ຫຼືການຄ້າໄມ້ຫຼື ຜະລິດຕະພັນປ່າໄມ້ອື່ນນອກເໜືອຈາກປ່າໄມ້ທີ່ມີການຄຸ້ມຄອງແບບຍືນຍົງ.

 ສຳລັບ ລາຍລະອຽດເພີ່ມເຕີມກະລຸນາເຂົ້າເບິ່ງທີ່  IFC Exclusion List

Article ເງື່ອນໄຂການເຂົ້າຮ່ວມຂອງໂຄງການ

ສະຖານປະກອບການທີ່ມີເງື່ອນໄຂ:

ສະຖານປະກອບການຂອງລັດ ແລະ ເອກະຊົນ ຮ່ວມມືກັບ ສະຖານອາຊີວະສຶກສາ ເພື່ອຈັດຕັ້ງປະຕິບັດ ອສຄ ແມ່ນມີສິດໄດ້ຮັບການສະໜັບສະໜູນຂອງ ໂຄງການ VEFF. ບັນດາສະຖານປະກອບການທີ່ລະບຸຢູ່ບົດສະເໜີແຜນງານ ຕ້ອງຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ມີໜ້າທີ່ຮັບຜິດຊອບໂດຍກົງໃນການກະກຽມ ແລະ ຈັດຕັ້ງແຜນງານດັ່ງກ່າວ.

ທຸລະກິດຂະໜາດນ້ອຍ ແລະ ກາງ (SME) ທີ່ຖືກຕາມເກນມາດຕະການສະໜັບສະໜູນຂອງໂຄງການ VEFF ແມ່ນມີສິດໄດ້ຮັບການສະໜັບສະໜູນ. ທຸລະກິດຂະໜາດໃຫຍ່ ທີ່ຖືກຕາມເກນມາດຕະການສະໜັບສະໜູນ ກໍຈະໄດ້ຮັບການພິຈາລະນາ ສະໜອງການຝຶກອົບຮົມທາງດ້ານວິຊາສະເພາະ ທີ່ເປັນບັນຫາທ້າທາຍໃນຂະແໜງເສດຖະກິດ. ການສະໜັບສະໜູນດັ່ງກ່າວ ຕ້ອງໄດ້ລະບຸໃນຄໍາຮ້ອງຂໍທຶນ ພ້ອມດ້ວຍການຊີ້ແຈງ ແລະ ຕ້ອງຜ່ານການກວດກາຈາກຄະນະປະເມີນຜົນ[1].  ຄໍານິຍາມລຸ່ມນີ້ ໄດ້ນໍາໃຊ້ເພື່ອຈໍາແນກຄື:

  • ທຸລະກິດຂະໜາດນ້ອຍ ມີພະນັກງານ 250 ຄົນ ລົງມາ
  • ທຸລະກິດໃຫຍ່ (ພະນັກງານ > 250 ຄົນ).

 

ສະຖານອາຊີວະສຶກສາ (VTI):

ບັນດາສະຖານອາຊີວະສຶກສາທີ່ມີເງື່ອນໄຂ ແລະ ເຮັດສັນຍາຮັບທຶນສະໜັບສະໜູນລະຫວ່າງຄູ່ຮ່ວມງານກັບໂຄງການ VEFF ຄື:    

  • ໂຮງຮຽນ ວິຊາຊີບ (ພາຍໃຕ້ ສສກ)
  • ວິທະຍາໄລ ເຕັກນິກ ວິຊາຊີບ (ພາຍໃຕ້ ສສກ)
  • ໂຮງຮຽນ ວິຊາຊີບແບບປະສົມປະສານ (ພາຍໃຕ້ ສສກ)
  • ສູນພັດທະນາສືມືແຮງງານ (ພາຍໃຕ້ ກະຊວງແຮງງານແລະ ສະຫວັດດີການສັງຄົມ (ຮສສ))
  • ສະຖານອາຊີວະສຶກສາເອກະຊົນ (ອະນຸມັດໂດຍ ສສກ ຫຼື  ຮສສ)
  • ສະຖານປະກອບການ ຫຼື ສະຖານອາຊີວະສຶກສາຂອງສະມາຄົມ (ອະນຸມັດໂດຍ ສສກ ຫຼື ຮສສ).