ໃນວັນທີ 10 ເດືອນສິງຫາປີ 2020, ຄະນະຊີ້ນຳ ໂຄງການ VEFF ໄດ້ຈັດກອງປະຊຸມເພື່ອຕັດສິນ ການສະໝັກຂໍທຶນສະໜັບສະໜູນ. ການສະໝັກຂໍທຶນສະໜັບສະໜູນທັງ 13 ແຜນງານ ໄດ້ນຳສະເໜີ ກັບຄະນະຊີ້ນຳໂຄງການ VEFF. ມີ 2 ແຜນງານ ແມ່ນ ໄດ້ຮັບການອະນຸມັດ ແລະ ຍັງອີກ 11 ແຜນງານ ຕ້ອງປັບປຸງແຜນງານ ເພີ່ມເຕີມເພື່ອໃຫ້ຜ່ານຂັ້ນຕອນສຸດທ້າຍ ໃນການຂໍທຶນສະໜັບສະໜູນ.

ໃນວັນທີ່ 28.02.20 ໂຄງການ VEFF ໄດ້ຈັດງານເຄືອຂ່າຍປະຊາສຳພັນຂື້ນ ແລະໄດ້ຮັບໝາກຜົນດີທີ່ແຂວງຊຽງຂວາງ . ການນຳສະເໜີໂຄງການແມ່ນໄດ້ຮັບຄວາມສົນໃຈ ແລະ ມີການສົນທະນາ ຈາກຕາງໜ້າສະຖານປະກອບການ ເຊັ່ນຮ້ານອາຫານ, ຮ້ານສ້ອມແປງລົດ, ພາກກະສິກຳ ແລະພາກທຸລະກິດອື່ນໆ. ຫຼັງຈາກການພົບປະກັນທີ່ ໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມແຂວງ ຊຽງຂວາງ. ທີມງານ VEFF ໄດ້ ມີໂອກາດໄປຢ້ຽມຢາມບໍລິສັດ ຫັດຖະກຳ ໄຫມມ້ອນລາວທີ່ມີຄວາມສົນໃຈ ທີ່ເຂົ້າຮ່ວມໂຄງການ.

 

ໃນທ້າຍປີ 2019, ຫ້ອງການບໍລິຫານ ໂຄງການ VEFF ໄດ້ພິຈາລະນາ ໜັງສືແຈ້ງເຈດຈຳນົງ (EoI) ສະບັບທຳອິດ. ທີ່ສະເໜີ ໂດຍໂຮງຮຽນເຕັກນິກ - ວິຊາຊີບ ເວດສະພົງ (ຂື້້ນທະບຽນກັບ ກະຊວງສຶກສາທິການ ແລະ ກິລາ) ແລະ ກຸ່ມບໍລິສັດຜະລິດເຟີນີເຈີໃນນະຄອນຫຼວງວຽງຈັນ ຈຳນວນໜຶ່ງ ທີ່ຄຳນຶງເຖິງການຮຽນອາຊີວະຮ່ວມກັບການຜະລິດເຄື່ອງເຟີນີເຈີ. ການພິຈາລະນາໄດ້ດຳເນີນໂດຍ ຜູ້ປະເມີນສາມທ່ານ ໃນການໃຫ້ຄະແນນຕາມຄວາມເໝາະສົມ ເພື່ອສືບຕໍ່ດຳເນີນການຂັ້ນຕໍ່ໄປ ໂດຍອີງຕາມການປື້ມຄູ່ມືການປະຕິບັດງານ VEFF.

ໃນບາດກ້າວຕໍ່ໄປ ໂຄງການ VEFF ແມ່ນຈະຄັດເລືອກ ແລະ ຮ່າງສັນຍາ ກັບ ທີ່ປຶກສາດ້ານອາຊີວະສຶກສາ ເພື່ອສະໜັບສະໜູນ ບັນດາຄູ່ຮ່ວມງານຂອງສະຖານອາຊີວະສຶກສາແລະ ສະຖານປະກອບການໃນການກະກຽມ ການສະໝັກຂໍທຶນສະໜັບສະໜູນ ໂຄງການ VEFF ທີ່ຈະຍື່ນໃບສະເໜີ ພາຍໃນເດືອນມີນາ 2020.

 

ສະພາການຄ້າເອີຣົບ ປະຈຳປະເທດລາວ (ECCIL EuroCham Laos) ໄດ້ຈັດງານລ້ຽງຕ້ອນຮັບ ເຄືອຂ່າຍປະຊາສຳພັນ ທີ່ມີຜູ້ເຂົ້າຮ່ວມເປັນຢ່າງດີ ໃນຕອນແລງວັນທີ 30 ຕຸລາທີ່ຜ່ານມາ, ເຊິ່ງສະໜັບສະໜູນ ໂດຍ ໂຄງການສະໜັບສະໜູນການເງີນອາຊີວະສຶກສາ (VEFF) ແລໄດ້ ນຳສະເໜີ ຕໍ່ສະມາຊິກສະພາການຄ້າເອີຣົບ ໂດຍ  ຫົວໜ້າຊ່ຽວຊານ VEFF ທ່ານ James McNicholas. 

ທ່ານ James McNicholas ນຳສະເໜີ ໂຄງການສະໜັບສະໜູນການເງີນອາຊີວະສຶກສາ  VEFF

ບັນຍາກາດງານລ້ຽງ ທີ່ ໂຮງແຮມເສດຖາ ປາລາສ   

ສາມາດເບິ່ງຮູບແລະຂໍ້ມູນເພີ່ມເຕີມໄດ້ທິ່  Facebook ECCIL